ພາທ່ຽວອາຊຽນ






       

10 ເມືອງທີ່ໜ້າທ່ອງທ່ຽວໃນອາຊຽນ:

       10 ເມືອງທີ່ໜ້າທ່ຽວຂອງປະເທດໃນອາຊຽນ ແຕ່ລະເມືອງມີສະເໜ່ທີ່ແຕກຕ່າງກັນ
ແລະ ມີເອກະລັກ ວັດທະນາທຳ ທຳມະຊາດ ມີຄວາມສວຍງາມແຕກຕ່າງກັນ

1.ຮອຍອັນ ປະເທດຫວຽດນາມ(Hoi An, Vietnam)

   

      ຮອຍອັນເປັນເມືອງນ້ອຍໆ ທີ່ເຕັມໄປດ້ວຍສະເໜ່ຂອງຫວຽດນາມ ຖ້າຍ່າງຫຼີ້ນໃນເມືອງຈະພົບກັບວັດເກົ່າແກ່ ບ້ານແບບບູຮານ ແລະ ບັນຍາກາດຄ້າຍຄືກັບໄປໃນອະດິດ ຮອຍອັນຈຶ່ງຖືກເລືອກໃຫ້ເປັນໜຶ່ງໃນເມືອງມໍລະດົກໂລກໂດຍ UNESCO ແລະ ເມື່ອທ່ານມາຮອຍອັນສິ່ງທີ່ຂາດບໍ່ໄດ້ຄືອາຫານພື້ນເມືອງຂອງຫວຽດນາມທີ່ມີໃຫ້ເລືອກຫຼາຍຢ່າງ

  

ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ສະມາຄົມຟຸກກຽນ (Phouc Kien Assembly Hall) – ແມ່ນສູນກາງຂອງການທ່ອງທ່ຽວຊົມເມືອງບູຮານຮອຍອັນເປັນສະມາຄົມຂອງ
    ຊາວຈີນທີ່ໃຫຍ່ແລະເກົ່າແກ່ທີ່ສຸດໃນຮອຍອັນ
  • ສະພານຢີ່ປຸ່ນ (Japanese Covered Bridge) – ໜຶ່ງໃນສັນຍາລັກຂອງຮອຍອັນ ກໍ່ສ້າງໂດຍຊາວຊຸມຊົນຊາວຢີ່ປຸ່ນເມື່ອ 400 ກວ່າປີ
    ກ່ອນ
  • ແມ່ນ້ຳໂບນ (Thu Bon River) – ແມ່ນຳ້ສາຍສຳຄັນຂອງເມື່ອງຮອຍອັນ ປະຈຸບັນສອງຝັ່ງຂອງແມ່ນຳ້ເປັນທີ່ຕັ້ງຂອງຮ້ານອາຫານ
    ບາ ຄາເຟ ແລະ ຮ້ານຄ້າຕ່າງໆ ເປັນຈຸດທີ່ນັກທ່ອງທ່ຽວນິຍົມກັນຫຼາຍ
  • ຫາດເກົາໄດ໋ (Cao Dai Beach) – ອອກຈາກເຂດເມືອງເກົ່າໄປບໍ່ໄກ ຈະພົບເຫັນຊາຍຫາດງາມໆ ບັນຍາກາດສະເຫງົາ
    ບໍລິເວນຊາຍຫາດຍັງມີຮ້ານອາຫານທີ່ແຊບຫຼາຍຮ້ານໃຫ້ເລືອກນຳອີກ.

  •   

    ການເດີ່ນທາງໄປທ່ຽວຮອຍອັນ

  • ເລີ່ມຈາກໄປທີ່ແຂວງສະຫວັນນະເຂດ ຈາກນັ້ນຕໍ່ລົດເມໄປລົງເມືອງດານັງ ປະເທດຫວຽດນາມ ຈາກດານັງມີລົດປະຈຳທາງໄປຮອຍອັນ ອອກທຸກເຄິ່ງຊົວໂມງ
  • ຂີ່ຍົນໄປລົງທີ່ເມືອງດານັງ ແລ້ວ ຈຶ່ງຕໍ່ລົດໄປຮອຍອັນ
  • 2.ຫຼວງພະບາງ ປະເທດລາວ(Luangprabang, Laos)

      

          ຫຼວງພະບາງເປັນເມືອງຂະໜາດນ້ອຍແຄມແມ່ນຳ້ຄານ ເປັນເມືອງທີ່ຖືກຈັດໃຫ້ເປັນເມືອງມໍລະດົກໂລກເໝາະສຳລັບຄົນທີ່ຢາກໃຊ້ຊິວິດຊ້າໆ
    ຍ່າງເລາະຫຼີ້ນແບບບໍ່ຕ້ອງຄິດຫຍັງຫຼາຍ ເຂົ້າວັດ ຊົມທຳມະຊາດແລະຖ້າໄປທ່ຽວກໍ່ຫ້າມພາດກາເຟລາວເດັດຂາດ ເພາະວ່າຄວາມແຊບແມ່ນບໍ່ແພ້ບ່ອນອື່ນເລີຍ
    ຖ້າຍາກທ່ຽວແບບເຢັນສະບາຍຕ້ອງໄປປະມານເດືອນພະຈິກ-ເດືອນມີຖຸນາ ແຕ່ອາກາດຈະຮອນໜ້ອຍໜຶ່ງ.

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ວັດຊຽງທອງ (wat Xieng Thong) – ວັດເກົ່າແກ່ສະຖານປັນຕະຍາກຳແບບລ້ານຊ້າງ ເປັນໜຶ່ງໃນສະຖານທີ່ເປັນຈຸດເດັ່ນ
    ຂອງຫຼວງພະບາງເລີຍທີ່ດຽວ
  • ວັດໃໝ່ສຸວັນນາພູຄຳ (Wat Mai Suwannaphumaham) – ຫຼື ເວົ້າງ່າຍວ່າວັດໃໝ່ ເຄີຍເປັນທີ່ປະດິດສະຖານພະບາງ
    ເຊິ່ງແມ່ນພະພຸດທະຮູບຄູ່ເມືອງຫຼວງພະບາງ
  • ຖຳ້ຕິ່ງ (Tam Ting Cave) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 25 ກມ. ສະໄໝບູຮານເປັນທີ່ສັກກະລະບວງດວງວິຍານ
    ຜີຟ້າ ເທວະດາຜາຕິ່່ງ
  • ພະລາດຊະວັງຫຼວງພະບາງ (Royal Palace) – ຢູ່ກົງກັນຂ້າມທາງຂື້ນພະທາດພູສີ ແຕ່ກ່ອນເປັນພະລາດຊະວັງ ປະຈຸບັນເປັນບ່ອນເກັບວັດຖຸສຳຄັນ
    ແລະ ເປັນທີ່ປະດິດສະຖານຂອງ ພະບາງ ພະພຸດທະຮູບຄູ່ບ້ານຄູ່ເມືອງຫຼວງພະບາງ (ຖ້າຈະເຂົ້າຕ້ອງແຕ່ງກາຍສຸພາບ ຜູ້ຍິງຕ້ອງໃສ່ສິ້ນ)
  • ນຳ້ຕົກກວາງຊີ (Kuang Si Waterfall) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 32 ກມ.ນຳ້ຕົກກວາງຊີ
    ເປັນນຳ້ຕົກທີ່ງາມທີ່ສຸດແລະຂະໜາດໃຫ່ຍທີ່ສຸດໃນຫຼວງພະບາງ
  • ນຳ້ຕັກຕາດແສ້ (Tad Sae Waterfall) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 15 ກມ. ລະດັບນຳ້ຕົດບໍ່ສູງຫຼາຍ
    ເປັນຄືກັບບ່ອນລ່ອຍນຳ້ຂະໜາດໃຫຍ່ເໝາະກັບການລົງຫຼີ້ນນຳ້
  • ຕະຫຼາດເຊົ້າ – ຢູ່ໃຈກາງເມືອງ ຄົນຫຼວງພະບາງຈະພາກັນມາຈັບຈ່າຍຊື້ຂອງກັນບ່ອນນີ້ ມີທັງອາຫານສົດ ອາຫານແຫ້ງຫຼາຍຊະນິດ
  •   

    ການເດີ່ນທາງໄປທ່ຽວຫຼວງພະບາງ

  • ເດີ່ນທາງດ້ວຍລົດສ່ວນຕົວແມ່ນຈະໃຊ້ເວລາໃນການເດີ່ນທາງປະມານ 7-8 ຊົ່ວໂມງ ຖ້າອອກຈາກນະຄອນຫຼວງວຽງຈັນ
  • ເດີ່ນທາງດ້ວຍລົດເມ ຫຼື ລົດຕູ – ຕໍ່ລົດຈາກຄິວລົດສາຍເໜືອໄປຫຼວງພະບາງເລີຍ
  • ເດີ່ນທາງຜ່ານສາຍການບິນ ເຊິ່ງໃຊ້ເວລາພຽງຊົ່ວໂມງດ່ຽວກໍຮອດຫຼວງພະບາງ
  • 3. ວັງວຽງ (VangVieng, Laos)

      

          ວັງວຽງເປັນເມືອງທີ່ມີສະເໝ່ ໄດ້ຂື້ນຊື່ວ່າເປັນເມືອງໜື່ງທີ່ງາມທີ່ສຸດໃນລາວ ເພາະເຕັມໄປດ້ວຍພູຜາ ຖຳ້ ສາຍນຳ້ ​ເຮັດ​ໃຫ້​ວັງ​ວຽງ​ຖືກ​ຍ້ອງ​ຍໍ​ໃຫ້​ຄ້າຍ​ຄື​ ເມືອງ​ກຸ້ຍ​ຫຼິນ
    ເປັນເມືອງທີ່ມີຄວາມອຸດົມສົມບູນ ບັນຍາກາດດີ ເປັນອີກຈຸດໝາຍປາຍທາງທີ່ເໝາະແກ່ກັບຄົນທີ່ຍາກຈະມາຜັກຜ່ອນຢູ່ກັບທຳມະຊາດ ແຄມແມ່ນຳ້ຊ່ອງ ຊົມພູເຂົາ
    ຊິວິດແບບລຽບງ່າຍ ຈຶ່ງໄດ້ເຮັດໃຫ້ເປັນທີ່ຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ລ່ອງເຮືອ​ຄາ​ຍັກ​ເທິງ​ແມ່ນ້ຳຊອງ ທ່ານ​ສາມາດ​ຕິດ​ຕໍ່​ ຂໍ​ໃຊ້​ບໍລິການ​ໄດ້​ຈາກ​ເຄົາ​ເຕີ​ທົວພາຍ​ໃນຕົວ​ເມືອງ​ວັງ​ວຽງ​ທີ່​ມີ​ໃຫ້​ເລືອກ​ຫຼວງຫຼາຍ
    ຈາກ​ນັ້ນ​ເລືອກ​ຊ່ວງ​ເວລາ​ທີ່​ຈະ​ໄປ​ເລິ່ມຕົ້ນການ​ລ່ອງ ​ໂດຍ​ກິດຈະ​ກຳ​ລ່ອງ​ຄາ​ຍັກ​​ເທິງ​ແມ່ນ້ຳຊອງຈະ​ໃຊ້​ເວລາ​ປະ​ມານ 4-6 ຊົ່ວ​ໂມງ
    ​ເຊິ່ງ​ຖ້າ​ໄປ​ລ່ອງ​ໃນ​ຊ່ວງ​ລະດູ​ແລ້ງ​ນີ້ຈະ​ໃຊ້​ເວລາ​ອ່າວ​ດົນ​ກວ່າ ​ແຕ່​ສຳລັບ​ລະດູ​ຝົນ​ການ​ລ່ອງ​ຄາ​ຍັກ​ແມ່ນ​ຈະ​ມີ​ທັງ​ຄວາມ​ໄວ​
    ແລະ ​ຄວາມ​ແຮງ ​ເຊິ່ງຈະ​ມ່ວນ​ທີ່​ສຸດ​ເລີຍ.
  • ຂື້ນຂີ່ບັນລຸຊົມທິວທັບເມືອງວັງວຽງ ແລະ ເມື່ອຕອນແລງມາກໍ່ຍ່າງເລາະຫາຂອງກິນແຊບທີ່ຫາໄດ້ງ່າຍຕະຫຼອດແຄມທາງ
  • ຊົມ​ຖ້ຳງາມ​ໃນ​ວັງ​ວຽງ ເມືອງ​ວັງ​ວຽງ​ນອກ​ຈາກ​ຈະ​ເປັນ​ເມືອງ​ທີ່​ສວຍ​ງາ​ມທີ່​ຖືກ​ໂອບອ້ອມ​ດ້ວຍ​ໜ່ວຍພູ​ແລະ​ຜາ​ຫິນ​ອັນ​ສະຫຼັບສັບຊ້ອນ​
    ພ້ອມ​ທັງ​ສາຍ​ນ້ຳຊອງ​ທີ່​ແສນ​ງາມ​ແລ້ວ ຍັງ​ມີ​ຖ້ຳທີ່ໜ້າທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍ ​ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ ຜາຕັ້ງ.

  •   

    4.ບາລີ ປະເທດອິນໂດເນເຊຍ(Bali, Indonesia)

      

          ບາລີແມ່ນໜຶ່ງໃນເມືອງທີ່ເປັນຈຸດໝາຍຂອງນັກທ່ອງທ່ຽວທົ່ວທັງໂລກ ມີຄົບທັງຊາຍຫາດທີ່ສວຍງານ ບັນຍາກາດທີ່ໂລແມນຕິກ ແລະ ຍັງມີວັດທະນາທຳທ້ອງຖິ່ນທີ່ບໍ່ຄືໃຜ
    ຫາກຢາກໄປທ່ຽວບາລີນັ້ນບໍ່ຍາກເລີຍເພາະຈຳເປັນຕ້ອງໄປຂໍວີຊ້າແລະ ນັ່ງເຄືອງບິນພຽງແຕ່ 4-5ຊົ່ວໂມງ ສຳລັບຊວ້ງເວລາດີໆ ທີ່ຄວນໄປທ່ຽວຄືປະມານເດືອນເມສາ-ເດືອນກັນຍາ.

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ວັດທານາລໍອົດ (Pura Tanah Lot) – ວິຫານຢູ່ເທິງຜາຫີນນອກຊາຍຝັງ ອະນຸຍາດໃຫ້ເຂົ້າໄປຂ້າງໃນໄດ້ສະເພາະຜູ້ມາສັກກະລະເທົ່ານັ້ນ
    ຫາກນັກທ່ອງທ່ຽວຕ້ອງການມາຊົມຄວາມສວຍງາມສາມາດຊົມໄດ້ຈາກເນີນຫີນທີ່ຢູ່ໃກ້ໆກັນ.
  • ວັດອູລູວາຕູ (Pura Uluwatu) – ໜຶ່ງໃນວັດສຳຄັນຂອງບາລີ ຕັ້ງຢູ່ເທິງໜ້າຜາແຄມທະເລ ໃຜທີ່ຈະມາບ່ອນນີ້ແມ່ນຕ້ອງໃຫ້ລະວັງລີງລັກເຄື່ອງພ້ອມ.
  • ຫາດກູຕ້າ (Kuta Beach) – ເປັນທີ່ຕັ້ງຂອງຮີສອດຍອດຮິດໃນເມືອງບາລີ ຊາຍຫາດກູຕ້າ ນີ້ມີນັກທ່ອງທ່ຽວມາບໍ່ຂາດສາຍ

  •   

    ການເດີ່ນທາງໄປທ່ຽວບາລີ

  • ແມ່ນເດີ່ນທາງໄປນຳສາຍການບິນໄທ ເຊິ່ງມີສາຍການບິນ ທີ່ບິນຕົງຢູ່ 2 ສາຍການບິນນັ້ນກໍ່ຄື Air asia ແລະ ການບິນໄທ.
  • 5.ໂບລາເຄ ປະເທດຟິລິປິນ(Boracay, Philippines)

      

          ໂບລາເຄເປັນເກາະບໍ່ໃຫຍ່ແຕ່ງາມຈົນຕິດອັນດັບໂລກ ມີຊາຍຫາດທີ່ຍາວ 4ກມ ຊາຍຫາດຂອງເກາະນີ້ເອີ່ນວ່າ White Beach ມີທັງໂຮງແຮມແລະຮີສອດລະດັບຫ້າດາວ ມີຮ້ານຄ້າ ຮ້ານອາຫານ ບາ ແລະ ມີບ່ອນໃຫ້ປາຕີ້ກັນຢ່າງເຕັມທີ່ ຖ້າຢາກຫາບັນຍາກາດດີໆ ພັກຜ່ອນສະບາຍໆ ຕ້ອງໄປທີ່ທາງໃຕ້ສຸດຂອງຫາດ ແລະ ຊ່ວງທີ່ນັກທ່ອງທ່ຽວນິຍົມໄປຫຼາຍ ແມ່ນເດືອນພະຈິກຂື້ນໄປ

      

    ການເດີ່ນທາງໄປທ່ຽວໂບລາເຄ

  • ເດີ່ນທາງຈາກລາວໄປຍັງມະນິລາກ່ອນ ແລ້ວຈຶ່ງຕໍ່ເຄື່ອງບິນໄປລົງສະໜາມບິນ Caticlan ຫຼື Kalibo ຈາກນັ້ນຈຶ່ງຕໍ່ລົດໄປຍັງເກາະໂບລາເຄ.
  • 6.ສິງກະໂປ (Singapore)


          ຖ້າເວົ້າເຖິງສິງກະໂປ ທຸກໆຄົນອາດຈະຮູ້ຂໍ້ມູນຢູ່ແລ້ວ ເຖິງຈະເປັນປະເທດຂະໜາດນ້ອຍ ແຕ່ສິງກະໂປກໍ່ມີບ່ອນທ່ອງທ່ຽວໃຫ້ທ່ຽວຫຼາຍໆບ່ອນ ນອກຈາກສະຖານທີ່ທ່ອງທ່ຽວຫຼາກຫຼາຍແລ້ວ ຄວາມສະດວກສະບາຍແລະຄວາມປອດໄຟໃນການເດີ່ນທາງທີ່ຂອນຂ້າງງ່າຍ ເຮັດໃຫ້ການທ່ອງທ່ຽວໃນສິງກະໂປເປັນເລື່ອງງ່າຍ ໃຜໆກໍ່ສາມາດໄປທ່ຽວເອງໄດ້.

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • Universal Studios Singapore ເປັນທີ່ຍອດນິຍົມທີ່ທຸກໆບໍ່ຄວນພາດ ເຊິ່ງຢູ່ໃກ້ໆກັບ Universal Studios ເທິງເກາະ Sentosa ຍັງມີສະຖານທີ່ທ່ອງທ່ຽວອຶ່ນໆ ອີກຫຼາຍ.
  • Singapore Flyer ຊິງຊ້າສະຫວັນທີ່ສາມາດຊົມວິວໄດ້ແບບ 360 ອົງສາ ເຊິ່ງສາມາດເຫັນວິວສິງກະໂປທັງກາງເວັນ ແລະ ກາງຄືນອີກດ້ວຍ.
  • Garden by the Bay ແມ່ນຈຸດ Flower Dome ຈັດສະແດງດອກໄມ້ນານາພັນທີ່ຕົກແຕ່ງຢ່າງສວຍງາມ Cloud Forest ຄ້າຍຄືກັບສວ່ນລອຍຟ້າ ແລະ ບໍລິເວນ Supertree Grove ຕົ້ນໄມ້ຂະໜາດໃຫ່ຍ ປະດັບປະດາດ້ວຍແສງໄຟຍາມກາງຄືນ.
  • China Town ອີກໜຶ່ງຢ່າງທີ່ມີສີສັນ ເພາະບ່ອນນີ້ລວມວັດທະນາທຳເກົ່າແລະໃໝ່ໄວ້ນຳກັນດ້ວຍຄວາມລົງຕົວ
  • Marina Bay Sands ໂຮງແຮມລະດັບຫ້າດາວ ທີ່ພາຍໃນມີທັງຫ້າງສັບພະສິນຄ້າ ຄາສິໂນ ແລະ ຮ້ານອາຫານ.

  •   

    ການເດີ່ນທາງໄປທ່ຽວສິງກະໂປ

  • ການເດີ່ນທາງຈາກລາວໄປສິງກະໂປມີຫຼາຍສາຍບິນໃຫ້ເລືອກ ເຊິ່ງໃຊ້ເວລາໃນກາານເດີ່ນທາງປະມານ 2ຊົ່ວໂມງກວ່າໆ.
  • 7.ບາງກອກ ປະເທດໄທ(BangKok, Thailand)

      

          ດິນແດນທີ່ເຕັມໄປດ້ວຍຄວາມໜ້າສົນໃຈ ບາງກອກເປັນເມືອງຫຼວງຂອງໄທທີ່ມີຂະໜາດໃຫ່ຍທີ່ເຕັມໄປດ້ວຍຜູ້ຄົນ ແລະ ມີສະຖານທີ່ໃຫ້ທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ບໍ່ວ່າຈະເປັນວັດວາອາຣາມເຊັ່ນ: ວັດພະແກ້ວ ວັດແຈ້ງ ນອກຈາກນີ້້ມີແຫຼ່ງຂອງກິນຊື່ດັງທີ່ຢູ່ທົ່ວກຸງເທບ ດ້ານແສງສີຍາມຄ່ຳຄືນກໍ່ເປັນທີ່ດຶງດູດຂອງນັກທ່ອງທ່ຽວ. ກຸງເທບຖືເປັັນປາຍທາງທີ່ທຸກຄົນມັກມາທ່ຽວຊົມ ແລະ ທ່ອງທ່ຽວທີ່ມີນັກທ່ອງທ່ຽວເຂົ້າມາເປັນຈຳນວນຫຼວງຫຼາຍຕິດອັນດັບຂອງໂລກ

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ເຍົາວະລາດ – ເປັນຖະໜົນສາຍໜຶ່ງໃນກຸງເທບ ທີ່ໄດ້ຮັບການກ່າວຂະໜານແລະຂະໜານນາມວ່າເປັນຖະໜົນມັງກອນ ໄລຍະທາງຍາວຕະຫຼອດເສັ້ນທາງຖະໜົນປະມານ 1ກມ ນອກຈາກເປັນຊຸມຊົນຊາວຈີນແລະຊາວໄທເຊື້ອສາຍຈີນ ຈັດເປັນແຫຼ່ງການຄ້າ ຮ້ານອາຫານ ຮ້ານທອງ ເພາະເປັນແຫຼ່ງທີ່ຖືກຈັດເປັນແຫຼ່ງທີ່ອາຫານທີ່ມີຂອງກິນແຊບຕະຫຼອດທາງຍ່າງ.
  • ວັດພະແກ້ວ – ຖືວ່າເປັນວັດຄູ່ບ້ານຄູ່ເມືອງກັນເລີຍທີ່ດ່ຽວ ເຊິ່ງອ້ອມຮອບດ້ວຍສະຖາປັດຕະຍາກຳແລະສິລະປະກຳອັນຊົງຄຸນຄ່າ ງົດງາມ ແລະ ສວຍງາມ.
  • 8.ສຽບຣຽບປະເເທດກຳປູເຈຍ(Seim Reap, Combodia)

      

          ສຽບຣຽບເປັນທີ່ຮູ້ຈັກກັນດີວ່າເປັນທີ່ຕັ້ງຂອງນະຄອນວັດ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກຍຸກໃໝ່ ເປັນແຫຼ່ງທ່ອງທ່ຽວທາງປະຫວັດຕິສາດທີ່ສຳຄັນຫຼາຍຂອງກຳປູເຈຍ ແຕ່ສຽບຣຽບກໍ່ບໍ່ໄດ້ມີແຕ່ປະສາດເທົ່ານັ້ນ ນັກທ່ອງທ່ຽວສາມາດປ່ຽນບັນຍາກາດໄປຂີ່ເຮືອຊົມວິທີຊິວິດຊາວປະມົງທີ່ໝູ່ບ້ານລອຍນຳ້ໃນທະເລສາບທີ່ໃຫຍ່ສຸດໃນເອເຊຍຕະເວັນອອກສຽງໃຕ້ໄດ້.

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ອັງກໍວັດ (Angkor Wat – Angor Thom) – ຖ້ານຶກເຖິງສະຖານທີ່ທ່ອງທ່ຽວໃນກຳປູເຈ້ຍກໍ່ຕ້ອງນຶກເຖິງທີ່ນີ້ເປັນແຫ່ງທຳອິດ ທີ່ປຽບເໝືອນສັນຍະລັກຂອງເມືອງເສືອງລຽບໄປແລ້ວ.
  • ປະສາດຕາພົມ (Ta Prohm) – ເປັນວັດໃນພຸດທະສາດສະໜາແລະວິຫານຫຼວງ ເຊິ່ງມີຮາກໄມ້ກ້ຽວພາດຢູ່ເທິງປະສາດ.
  • ປະສາດບັນທາຍ (Banteay Srei) – ດ້ວຍລວດລາຍສິລະປະເທິງຕົວປະສາດທີ່ສວຍງາມເປັນເອກະລັກ ເຮັດໃຫ້ແຫ່ງນີ້ໄດ້ຂື້ນຊື່ວ່າເປັນໜຶ່ງໃນປະສາດຫີນທີ່ງາມທີ່ສຸດໃນກຳປູເຈຍ
  • ທະເລສາບໂຕນ (TonIe Sap) – ທະເລສາບນຳ້ຈືດທີ່ໃຫ່ຍທີ່ສຸດໃນເອເຊຍຕະເວັນອອກສ່ຽງໃຕ້ ຄອບຄຸມພື້ນທີ່ 5 ແຂວງຂອງກຳປູເຈຍລວມທັງເສືອງລຽບນຳ.
  •   

    ການເດີ່ນທາງໄປທ່ຽວສຽບຣຽບ

  • ຂື້ນເຄື່ອງບິນຈາກ ນະຄອນຫຼວງວຽງຈັນ ຫຼື ປາກເຊໄປສຽບຣຽບ ປັດຈຸບັນສາຍການບິນທີ່ໃຫ້ບໍລິການແມ່ນ ສາຍການບິນລາວ.
  • 9.ຊະວາຕະເວັນອອກ ອິນໂດເນເຊຍ(East Java, Indonesia)

      

          ໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມຂອງອິນໂດເນເຊຍ ເພາະເປັນທີ່ຕັ້ງຂອງພູເຂົາໄຟໂບລະໂມທີ່ຍັງມີຄວັນກະທຸອອກມາຢູ່ຕະຫຼອດ ສ່ວນໃຫ່ຍນັກທ່ອງທ່ຽວຈະເດີ່ນທາງຂື້ນໄປເທິງພູເຂົາໄຟຊ່ວງຕາເວັນຂື້ນ ເພື່ອໃຫ້ທັນເບິ່ງຕາເວັນຂື້ນ ນອກຈາກນີ້ຍັງມີສະຖານທີ່ທຳມະຊາດໃນເມືອງອື່ນໆ ທີ່ໜ້າສົນໃຈຫຼາຍແຫ່ງ.

      

    ສະຖານທີ່ແນະນຳທີ່ທ່ານຄວນໄປ

  • ພູເຂົາໄຟໂບລະໂມ (Mount Bromo) – ຢູ່ໃນອຸທະຍານແຫ່ງຊາດໂບລະມົດເກີເຊເມຮູ ເຖິງບໍ່ໄດ້ເປັນພູເຂົາທີ່ສູງທີ່ສຸດ ແຕ່ເປັນແຫຼ່ງທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວ.
  • ນ້ໍາຕົກໂຄບັນເປີລາງີ (Coban Pelangi Waterfall) – ຢູ່ທາງຕະເວັນອອກຂອງເມືອງມາລັງ ເປັນສະຖານທີ່ງຽບສະຫງົບ ໃກ້ໆ ກັບນຳ້ຕົກມີຮີສອດນ້ອຍໆ ທີ່ມີວິວສວຍງາມ.
  • Baluran National Park- ອຸທະຍານແຫ່ງຊາດທີ່ອຸດົມສົມບູນ ໃຈກາງອຸທະຍານເປັນທີ່ຕັ້ງຂອງພູເຂົາໄຟ Baluran.
  • 10.ຮາລອງເບ ປະເທດຫວຽດນາມ(Ha Long Bay ,Vietnam)

         

          ຮາລອງເບ ມະຫັດສະຈັນແຫ່ງອ່າວມັງກອນນຳ້ຕົກ ຕາມນິທານຂອງຊາວຫວຽດນາມໄດ້ກ່າວວ່າ ເຄີຍມີມັງກອນບູຮານເຊິ່ງລອນລົງໃນອ່າວແຫ່ງນີ້ເມື່ອຄັ້ງດຶກດຳບັນ ແລະ ຊື່ຂອງຮາລອງ ກໍ່ແປວ່າ ມັງກອນລອນລົງ ຈາກຄວາມສວຍງາມ ແລະ ສົມບູນຂອງອ່າວຮາລອງເບ ເຮັດໃຫ້ແຫ່ງນີ້ຖືກຍົກໃຫ້ເປັນມໍລະດົກໂລກທາງທຳມະຊາດ ຈາກອົງການ UNESCO ໃນປີ 1994 ສະເໝ່ອີກບ່ອນນີ້ກໍ່ຄື ເກາະຫີນປູນເກືອບ 2,000 ເກາະ ເຊິ່ງມີຖຳ້ຫຼາຍທີ່ຖ້າໃຫ້ເຮົາເຂົ້າໄປທ່ຽວຊົມ ແລະ ຍັງມີເຮືອທາຍັກໃຫ້ຂີ່ອີກດ້ວຍ.

      

    ຂໍຂອບໃຈ ຂໍ້ມູນຈາກ Web Site:asean.la